วันจันทร์ที่ 25 กรกฎาคม พ.ศ. 2554

ວິທະຍາໄລສົງ ວຽງຈັນລາວ(ວັດອົງຕື້ ມະຫາວິຫານ)

- ວິທະຍາໄສສົງ ວັດອົງຕື້ມະຫາວິຫານ ເປັນສະຖາບັນການສຶກສາຊັ້ຍສູງ ຂອງຄະນະສົງລາວ, ເປັນວິທະຍາໄລທີ່ອຸປະຖັມ ແລະກຳກັບເບິ່ງແຍງໂດຍລັດ, ສ້າງຂຶ້ນປີ 1995 ພາຍໃຕ້ດຳລັດ ເລກທີ 139/ນຍ.
- ປັດຈຸບັນ ເປີດສອນໃນ 2 ລະດັບ ຄື
1. ລະດັບອະນຸປະຣິນຍາ
2. ລະດັບປະຣິນາຍາຕຣີ.

1.1. ລະດັບອະນຸປະຣິນຍາຕີ ມີ 3 ສາຍຄື
ກ. ສາຍພຸດທະສາດ
ຂ. ສານວິທະຍາສາ-ສັງຄົມ
ຄ. ສາຍຄຣຸສາດ

1.2. ລະດັບຣະດັບປະຣິນຕຣີ.
ກ. ສາຍພຸດທະສາດ.

1.3. ລະດັບອະນຸປະຣິຍາຕີ.
- ເວລາຮຽນ 3 ປີ (ບໍ່ມີປີກຽມ)

1.4. ລະດັບປະຣິນຍາຕຣີ
- ໃຊ້ເວລາຮຽນ 4 ປີ (ບໍ່ມີປີກຽມ)

1.5. ວິທະຍາຖານະ.
- ຜູ້ຈົບການສຶກສາອະນຸປະຣິນຍາ ແລະປະຣິນຍາຕາມ ກຳນົດປີ ແລະທຳໜ່ວຍກິດຕາມກຳນົດ ຈະໄດ້ຮັບວິທະຍາຖານະ ເທົ່າກັບວິທະຍາຖານະ ຂອງລັດ ແລະເອກະຊົນທົ່ວໄປ.
- ວິທະຍາຖານະທີ່ທາງວິທະຍາໄລສົງອອກໃຫ້ ຈາກກະຊວງສຶກສາ ແລະສຶກສາສົງສູນກາງ, ສາມາດນໍາໄປສະໝັກເຂົ້າປະຈຳການໄດ້ທຽບເທົ້າ ທັງຄະນະສົງ, ລັດ, ແລະເອກະຊົນທົ່ວໄປ.

1.6. ການຍົກລະດັບ.
- ສໍາລັບນິສິດທີ່ຈົບ ວິທະຍາໄລໄປແຕ່ປີ 2011 ເປັນຕົ້ນໄປ ມາດມາເຊື່ອມຕໍ່ ຍົກລະດັບປະຣິຍາຕີໄດ້.
- ສະລັບນັກສຶກສາທີ່ຈົບອະນຸປະຣິຍາ ສາມາດເອົາວິທະຍາຖານະໄປທຽບຍົກລະດັບໃຫ້ສູງປະຣິນຕຣີໄດ້ ໃນວິທະຍາໄລ ແລະມະຫາວິທະຍາໄລ ທີ່ມີຂໍ້ຕົກລົງກັນວິທະຍາໄລໄດ້.
- ສຳລັບຜູ້ທີ່ຈົບປະຣິນຍາຕີ ໄດ້ປະຣິນຍາບັດແລ້ວ ສາມາດນໍາເອົາວິທະຍາຖານະໄປຍົກລະດັບໃນລະດັບປະຣິຍນາໂທ ທັງໃນ ແລະຕ່າງປະເທດໄດ້ (ອີງຕາມວິຊາ ແລະໜ່ວຍກິດທີສາມາດທຽບກັນໄດ້)

2 ความคิดเห็น: